ສະຫຼຸບພາສາຈີນທີ່ຮຽນມານ້ອຍໜື່ງຕອນກຳລັງເດີນທາງ
ສະບາຍດີທຸກໆທ່ານ!
ດຽວນີ້ກຳລັງເດີນທາງໄປແລ່ນເອກະສານທີ່ຫ້ອງການກວດຄົນເຂົ້າເມືອງທີ່ ເມືອງໂຢກາຍຈີ(Yokkaichi). ນັ່ງຢູ່ໃນລົດ(2 ຊົ່ວໂມງ) ບໍມີຫຍັງເຮັດກະເລີຍຊິມາສະຫຼຸບ ຄຳສັບ ແລະ ປະໂຫຍກ ພາສາຈີນ ທີ່ຮຽນໃນໜື່ງອາທິດທີ່ຜ່ານມາ. ຖ້າມີຫຍັງບໍຖືກຕ້ອງກະຂໍໃຫ້ທ່ານຜູ້ທີ່ຮູ້ພາສາຈີນຊ່ວຍແປງໃຫ້ຖືກຕ້ອງແນເດີ.
1. ຂ້ອຍມີ..........
我有(wo you)....
Ex:
我有美元(Wo you mei yuan): ຂ້ອຍມີເງີນໂດລາ.
ອະທິບາຍ:
我(wo) ==> ຂ້ອຍ (ເປັນ ຄຳແທນນາມ).
有(you)==> ມີ ( ຄຳກິລິຍາ)
美元( mei yuan)==> ເງີນໂດລາ.
2. ຂ້ອຍບໍ່ມີ
我没有( wo mei you)....
Ex:
我没有日元( Wo mei you ru yuan)==> ຂ້ອຍບໍມີເງີນເຢັນ (ເງີນຍີ່ປຸ່ນ)
没(Mei)=>ບໍ່
3. ຂ້ອຍຢາກ (ເຮັດ,ໄປ)....
我想(wo xiang)...
Ex:
我想去日本( Wo xiang qu ri ben)==> ຂ້ອຍຢາກໄປຍີ່ປຸ່ນ
想(xiang) ==>ຢາກ (ໄປ, ເຮັດ...)
去(qu)==> ໄປ
日本(ri ben)==> ປະເທດຍີ່ປຸ່ນ.
4. ຂ້ອຍຕ້ອງການ.....
我要(wo yao)...
Ex:
我要中国朋友(wo yao zhong guo peng you)==> ຂ້ອຍຢາກມີ(ຕ້ອງການ) ໝູ່ຄົນຈີນ.
中国(zhong guo)==> ປະເທດຈີນ
朋友(peng you)==> ໝູ່, ເພື່ອນ
5. ສີ່ງທີ່ຂ້ອຍມັກເຮັດໃນເວລາຫວ່າງ....
我的爱好是(wo de ai hao shi)....
Ex: 我的爱好是旅游( wo de ai hao shi lu you)==> ຂ້ອຍມັກທ່ອງທ່ຽວໃນເວລາຫວ່າງ.
旅游(lu you) ==> ທ່ອງທ່ຽວ
6. ຂ້ອຍແມ່ນ....
我是(wo shi)....
Ex:
我是日本人(wo shi ri ben ren)==> ຂ້ອຍແມ່ນຄົນຍີ່ປຸ່ນ
是(shi)==> ເປັນ, ແມ່ນ...
人( ren) ==> ຄົນ